ທາງບໍລິສັດໄດ້ມີການພັດທະນານຳໃຊ້ພື້ນທີ່ເປົ່າວ່າງປູກພືດໄມ້ພື້ນເມືອງ, ປູກພືດເຂົ້າໃນໂຄງການ Carbon credit ມີ: ຕົ້ນກະຖີ່ນເທພາ, ຕົ້ນຕີນເປັດ, ຕົ້ນດູ່, ຕົ້ນຍົມຫອມ, ຕົ້ນມະຮັອກການີ ແລະ ປູກກ້ວຍແກ່ນຂາຍໃບ, ປູກມັນຕົ້ນ, ປູກໄມ້ຂຸດລ້ອມ ອື່ນໆ…
ລວມເຖີງໄດ້ພັດທະນາລະບົບນ້ຳໂດຍການວາງລະບົບນ້ຳຈາກແຫຼ່ງນ້ຳທີ່ມີໃນບໍລິສັດນຳໃຊ້ໃນວຽກງານການກະເສດປູກຝັງ-ລຽ້ງສັດ, ລວມເຖີງໄດ້ພັດທະນາລະບົບນ້ຳຈາກແຫຼ່ງນ້ຳທຳມະຊາດໂດຍການດູດແມ່ນ້ຳງື່ມ ຂື້ນມານຳໃຊ້ໃນວຽກງານການກະເສດປູກຝັງ.
ບົດສະຫຼບ
ບໍລິສັດມີແຜນສືບຕໍ່ພັດທະນາວຽກງານທາງດ້ານກະສິກຳປູກຝັງ-ລຽ້ງສັດ, ການຜະລິດ, ໃຫ້ໝາກ-, -ໄມ້-ດອກ–ໄມ້-ປະດັບ, ໄມ້ປະດັບຂຸດລ້ອມ, ໄມ້ເສດທະກິດໄມ້ພື້ນເມືອງ, ພັດທະນາການເຮັດ, ສານຊີວະພາບ, ພັດທະນາການລຽ້ງສັດ, ລວມເຖີງການພັດທະນານຳໃຊ້ພື້ນທີ່ເປົ່າວ່າງໃຫ້ເກີດປະໂຫຍດ, ພັດທະນາລະບົບນໍ້ານໍາໃຊ້ໃນວຽກງານການກະເສດເພື່ອໃຫ້ໄດ້ຜົນຜະລິດທີ່ມີຄຸນນະພາບຈໍາໜ່າຍອອກສູ່ທ້ອງ ຕະຫຼາດ.
ນອກຈາກນີ້: ທາງບໍລິສັດໄດ້ມີແຜນພັດທະນາເປັນແຫຼ່ງທ່ອງທຽ່ວໃຫ້ຜູ້ທີ່ສົນໃຈເຂົ້າມາສືກ
ສາຫາຄວາມຮູ້ ແລະ ອານຸລັກທຳມະຊາດເພື່ອເປັນສູນກາງໃນການສືກສາ ແລະ ຖ່າຍທອດຄວາມຮູ້ວຽກງານທາງດ້ານກະສິກຳປູກຝັງ-ລຽ້ງສັດໃນອານາຄົດຂ້າງໜ້າຕໍ່ໄປ.