ພາລະບົດບາດ

  ບໍລິສັດ ຂັນໄຊ ພັດທະນາການກະເສດ ຈໍາກັດ. ມີການ​ດຳ​ເນີນ​ທຸລະ​ກິດ​ທາງ​ດ້ານກະສິກຳປູກ​ຝັງ-​ລຽ້ງສັດ, ​ໂດຍ​​ເນັ້ນໜັກທາງ​ການ​ເຮັດ​ກະ​ເສດ​​ປອດ​ສານ​ຜິດ, ​​ນຳ​ໃຊ້​ສານ​ຊີວະ​ພາບ​ທີ່​ຜະລິດ​ຂື້ນ​ເອງ​ພາຍ​ໃນບໍລິສັດ, ພັດທະນານຳໃຊ້ພື້ນທີ່ເປົ່າວ່າງເຂົ້າໃນວຽກການກະເສດ, ພັດທະນາ​ລະບົບ​ນ້ຳ​ເພື່ອ​ນຳ​ໃຊ້​ໃນການ​ເຮັດ​ການ​ກະ​ເສດໃນບໍລິສັດ ແລະ ອານຸລັກ​ພັນ​ໄມ້​ພື້ນ​ເມືອງລາວ. ນອກ​ນັ້ນ, ທາງ​ບໍລິສັດ​ຍັງ​ໄດ້​ວາງ​ແຜນຕໍ່ໜ້າ​​ພັດທະນາ​​ໃຫ້​ເປັນ​ແຫຼ່ງທ່ອງ​ທຽ່ວໃນເຊີງກະເສດ​ທຳ​ມະ​ຊາດ, ພັດທະນາ​ເປັນສູນກາງການ​ຮຽນຮູ້​ທາງດ້ານການກະເສດໃຫ້​​ແກ່ນັກ​ສື​ກສາ​, ປະຊາຊົນຜູ້ທີ່ສົນໃຈເຂົ້າ​ມາສື​ກສາ​ວຽກ​ທາງ​ດ້ານ​ການ​ກະ​ເສດ.

ໜ້າ​ທີ່

ຜະລິດ​ໄມ້​ເສດຖະກິດ ​ແລະ ອານຸລັກ​ສາຍ​ພັນ​ໄມ້​ພື້ນ​ເມືອງລາວ ຜະລິດໄມ້​ໃຫ້​ໝາກ, ​ໄມ້​ດອກ​-ໄມ້ປະດັບ, ໄມ້ປະດັບຂຸດ​ລ້ອມ, ພືດ​ອາຫານ​ສັດ ອື່ນໆ. ເພື່ອໃຫ້ໄດ້ຜົນຜະລິດ​ທີ່ມີຄຸນນະພາບຈຳໜ່າຍອອກສູ່ຕະຫຼາດ

ຜົນຜະລິດ

ໄມ້​ໃຫ້​ໝາກ. ໝາກແກ້ວ​ມັງກອນ, ໝາກ​ເຟືອງ, ໝາກກຽ້ງ, ໝາກ​ມີ້, ໝາກ​ໄຟ, ໝາກມ່ວງ, ໝາກ​ຕ້ອງ, ໝາກຂາມ​ຫວານ, ໝາກ​ແສ່ວ, ໝາກ​ລຳໃຍ, ໝາກ​ມະ​ຍົງ​ຊິດ

Gallery

ບໍລິສັດ ຂັນໄຊ ພັດທະນາການກະເສດ ຈໍາກັດ

ຖະໜົນ ສຸພານຸວົງ ບ້ານ ວັດໄຕໃຫຍ່ທົ່ງ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ

ໂທຣ: 021-513050-225