ໄມ້ໃຫ້ໝາກ ມີພື້ນທີ່ປູກໄມ້ໝາກທັງໝົດ: 16, 97 ເຮັກຕາ, (104ໄລ່) ມີດັ່ງນີ້ ໝາກແກ້ວມັງກອນ. ມີພື້ນທີ່ປູກທັງໝົດ: 1, 23 ເຮັກຕາ, (7, 7ໄລ່) ມີຈຳນວນ: 887 ເສົາ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ. ແກ້ວມັງກອນໃຫຜົນຜະລິດໃນຊ່ວງໜ້າຝົນ. ເລີ່ມແຕ່ເດືອນພືດສະພາອອກດອກຫາຕົ້ນເດືອນສິງຫາເລີ່ມເກັບຜົນຜະລິດຂາຍໄດ້ຈົນເຖີ່ງທ້າຍເດືອນຕຸລາ. ໝາກເຟືອງ. ມີພື້ນທີ່ປູກທັງໝົດ: 1,97 ເຮັກຕາ, ,(12,3ໄລ່) ມີຈຳນວນ: 273 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກເຟືອງຈະໃຫ້ຜົນຜະລິດເກືອບຕະຫຼອດປີ. ແຕ່ຈະເກັບຜົນຜະລິດໄດ້ຫຼາຍຊ່ວງເດືອນມີຖຸນາຮອດເດືອນກັນຍາ. ໝາກກຽ້ງ. ມີພື້ນທີ່ປູກທັງໝົດ: 0,66 ເຮັກຕາ, ,( 4ໄລ່) ມີຈຳນວນ: 86 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ. ໝາກກ້ຽງຈະໃຫ້ຜົນຜະລິດຊ່ວງເດືອນສີ່ງຫາຮອດເດືອນກັນຍາ. ໝາກມີ້. ມີພື້ນທີ່ປູກທັງໝົດ: 4,53 ເຮັກຕາ, ,(28,3ໄລ່) ມີຈຳນວນ: 519 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກມີ້ຈະອອກດອກສອງລຸ້ນໃນໜື່ງປີ.ລຸ້ນທຳອິດຈະອອກດອກເດືອນພືອສະພາຫາມີຖຸນາໄປສຸກແກ່ຊ່ວງເດືອນທັນວາ.ໝາກມີ້ລຸ້ນນີ້ຈະບໍ່ໃຫ້ຜົນຜະລິດຫຼາຍ, ລຸ້ນທີ່ສອງຈະອອກດອກເດືອນກັນຍາຫາເດືອນພະຈິກ.ໝາກມີ້ລຸ້ນນີ້ຈະໃຫ້ຜົນຜະລິດຊ່ວງເດືອນເມສາຫາເດືອນມີຖຸນາມີຜົນຜະລິດຫຼາຍ. ໝາກໄຟ. ມີພື້ນທີ່ປູກທັງໝົດ: 0,69 ເຮັກຕາ, ,(4,3ໄລ່) ມີຈຳນວນ: 94 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກໄຟເລີ່ມອອກດອກເດືອນມັງກອນຫາເດືອນມີນາ. ເກັບຜົນຜະລິດໃນເດືອນເມສາຫາເດືອນພືດສະພາ. ໝາກມ່ວງ. ມີພື້ນທີ່ປູກທັງໝົດ: 2,64 ເຮັກຕາ, ,(16,5ໄລ່) ມີຈຳນວນ: 519 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກມ່ວງຈະອອກດອກຕິດໝາກໃນຊ່ວງເດືອນພະຈິກຫາເດືອນທັນວາ. ເກັນຜົນຜະລິດໄດ້ໃນເດືອນມີນາຫາເດືອນເມສາ. ໝາກຕ້ອງ.ມີພື້ນທີ່ປູກທັງໝົດ: 1,58 ເຮັກຕາ, ,(10ໄລ່) ມີຈຳນວນ: 240 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກຕ້ອງຈະອອກດອກຕິດຜົນໃນຊ່ວງເດືອນມັງກອນຫາເດືອນມີນາແລະເກັບຜົນຜະລິດໃນເດືອນນີຖຸນາຫາເດືອນກໍລະກົດ. ໝາກຂາມຫວານ. ມີພື້ນທີ່ປູກທັງໝົດ: 0,96 ເຮັກຕາ, ,(6ໄລ່) ມີຈຳນວນ: 138 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກຂາມຫວານອອກດອກຕິດຜົນໃນຊ່ວງເດືອນມີຖຸນາຫາເດືອນກັນຍາ. ກຽມເກັບຜົນຜະລິດໃນຊ່ວງເດືອນຕຸລາຫາເດືອນພະຈິກ. ເກັບຜົນຜະລິດໄດ້ໃນເດືອນທັນວາຫາເດືອນກຸມພາ. 0,96 ເຮັກຕາ, ,(6ໄລ່) ມີຈຳນວນ: 138 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກຂາມຫວານອອກດອກຕິດຜົນໃນຊ່ວງເດືອນມີຖຸນາຫາເດືອນກັນຍາ. ກຽມເກັບຜົນຜະລິດໃນຊ່ວງເດືອນຕຸລາຫາເດືອນພະຈິກ. ເກັບຜົນຜະລິດໄດ້ໃນເດືອນທັນວາຫາເດືອນກຸມພາ. ໝາກແສ່ວ. ມີພື້ນທີ່ປູກທັງໝົດ: 1,73 ເຮັກຕາ, ,(10,8ໄລ່) ມີຈຳນວນ: 308 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ. ໝາກແສ່ວອອກດອກຕິດຜົນໃນຊ່ວງເດືອນເມສາຫາເດືອນພືດສະພາ. ເກັບຜົນຜະລິດໄດ້ໃນເດືອນກັນຍາຫາເດືອນຕຸລາ. ໝາກລຳໃຍ. ມີພື້ນທີ່ປູກທັງໝົດ: 0,79 ເຮັກຕາ, ,(5ໄລ່) ມີຈຳນວນ: 110 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກລຳໄຍຈະອອກດອກຕິດຜົນໃນຊ່ວງເດືອນມີນາຫາເດືອນມີຖຸນາ. ເກັບຜົນຜະລິດໄດ້ຊ່ວງເດືອນກໍລະກົດຫາເດືອນສີງຫາ. ໝາກມະຍົງຊິດ. ມີພື້ນທີ່ປູກທັງໝົດ: 0,19 ເຮັກຕາ, ,(1,2ໄລ່) ມີຈຳນວນ: 153 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ, ໝາກຍົງຊິດຈະອອກດອກສອງຫາສາມລຸ້ນ, ລຸ້ນທຳອິດຈະອອກດອກເດືອນພະຈິກເກັບຜົນຜະລິດໄດ້ທ້າຍເດືອນມັງກອນ, ລຸ້ນທີ່ສອງອອກດອກເດືອນທັນວາເກັບຜົນຜະລິດໄດ້ທ້າຍເດືອນກຸມພາ. ປີໄດອາກາດໝາວດົນໆ. ຈະອອກດອກລຸ້ນທີ່ສາມຕົ້ນເດືອນມັງກອນ. ເກັບຜົນຜະລິດໄດ້ເດືອນມີນາ. ເປັນໄມ້ໃຫ້ໝາກທີ່ໃຫ້ຜົນຜະລິດເປັນຫຼັກ.ທາງບໍລິສັດຍັງມີໄມ້ໃຫ້ໝາກທີ່ໃຫ້ຜົນຜະລິດຮອງ ປູກໄວ້ເພື່ອເປັນຕົ້ນພັນ ແລະ ຂາຍຕາມລະດູການ. ຕາມຕະຫຼາດຕ້ອງການ ລວມເຖີ່ງໄມ້ຜົນພື້ນເມືອງທີ່ເກີດຂື້ນຕາມທຳມະຊາດມີດັ່ງນີ້:ໝາກຂາມປ້ອມ, ໝາກຂາມເທບ,ໝາກມ່ອນໄຂ່, ໝາກສະດັນ, ໝາກຊົມພູ,ໝາກຂາມສົ້ມ,ໝາກນາວ, ໝາກສົ້ມມໍ, ໝາກເມົ້າ,ໝາກຫຼອດ,ໝາກຖົ່ວທຽນເທດ, ໝາກປີແປ, ໝາກເຊີລີ,ໝາກມັງຄຸດ, ໝາກມ່ວງຫິມະພານ,ໝາກມ່ວງປ່າ,ໝາກສະຕໍ, ໝາກລີ້ນໄມ້, ໝາກພ້າວ, ໝາກເງາະ,ໝາກລີ້ນຈີ່, ໝາກນ້ຳນົມ, ໝາກກະທັນ, ໝາກສີດາ,ຕົ້ນກາເຟ ແລະ ອື່ນໆ. Previous Next