ໄມ້ໃຫ້ໝາກ

ມີພື້ນທີ່ປູກໄມ້ໝາກທັງໝົດ­: 1697 ເຮັກຕາ, (104ໄລ່) ດັ່ງນີ້

ໝາກແກ້ວມັງກອນ

 ມີພື້ນທີ່ປູກທັງໝົດ: 1, 23 ເຮັກຕາ, (7, 7ໄລ່)  ມີຈຳນວນ: 887 ເສົາ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ. ແກ້ວມັງກອນໃຫຜົນຜະລິດໃນຊ່ວງໜ້າຝົນ. ເລີ່ມແຕ່ເດືອນພືດສະພາອອກດອກຫາຕົ້ນເດືອນສິງຫາເລີ່ມເກັບຜົນຜະລິດຂາຍໄດ້ຈົນເຖີ່ງທ້າຍເດືອນຕຸລາ.

ໝາກເຟືອງ.  

ມີພື້ນທີ່ປູກທັງໝົດ: 1,97 ເຮັກຕາ, ,(12,3ໄລ່)  ມີຈຳນວນ: 273 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກເຟືອງຈະໃຫ້ຜົນຜະລິດເກືອບຕະຫຼອດປີ. ແຕ່ຈະເກັບຜົນຜະລິດໄດ້ຫຼາຍຊ່ວງເດືອນມີຖຸນາຮອດເດືອນກັນຍາ.

ໝາກກຽ້ງ.

 ມີພື້ນທີ່ປູກທັງໝົດ: 0,66 ເຮັກຕາ, ,( 4ໄລ່)  ມີຈຳນວນ: 86 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ. ໝາກກ້ຽງຈະໃຫ້ຜົນຜະລິດຊ່ວງເດືອນສີ່ງຫາຮອດເດືອນກັນຍາ.

ໝາກມີ້. 

  ມີພື້ນທີ່ປູກທັງໝົດ: 4,53 ເຮັກຕາ, ,(28,3ໄລ່)  ມີຈຳນວນ: 519 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກມີ້ຈະອອກດອກສອງລຸ້ນໃນໜື່ງປີ.ລຸ້ນທຳອິດຈະອອກດອກເດືອນພືອສະພາຫາມີຖຸນາໄປສຸກແກ່ຊ່ວງເດືອນທັນວາ.ໝາກມີ້ລຸ້ນນີ້ຈະບໍ່ໃຫ້ຜົນຜະລິດຫຼາຍ, ລຸ້ນທີ່ສອງຈະອອກດອກເດືອນກັນຍາຫາເດືອນພະຈິກ.ໝາກມີ້ລຸ້ນນີ້ຈະໃຫ້ຜົນຜະລິດຊ່ວງເດືອນເມສາຫາເດືອນມີຖຸນາມີຜົນຜະລິດຫຼາຍ.

ໝາກໄຟ.

  ມີພື້ນທີ່ປູກທັງໝົດ: 0,69 ເຮັກຕາ, ,(4,3ໄລ່)  ມີຈຳນວນ: 94 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກໄຟເລີ່ມອອກດອກເດືອນມັງກອນຫາເດືອນມີນາ. ເກັບຜົນຜະລິດໃນເດືອນເມສາຫາເດືອນພືດສະພາ.

ໝາກມ່ວງ.

 ມີພື້ນທີ່ປູກທັງໝົດ: 2,64 ເຮັກຕາ, ,(16,5ໄລ່)  ມີຈຳນວນ: 519 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກມ່ວງຈະອອກດອກຕິດໝາກໃນຊ່ວງເດືອນພະຈິກຫາເດືອນທັນວາ. ເກັນຜົນຜະລິດໄດ້ໃນເດືອນມີນາຫາເດືອນເມສາ.

ໝາກຕ້ອງ.

ມີພື້ນທີ່ປູກທັງໝົດ: 1,58 ເຮັກຕາ, ,(10ໄລ່)  ມີຈຳນວນ: 240 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກຕ້ອງຈະອອກດອກຕິດຜົນໃນຊ່ວງເດືອນມັງກອນຫາເດືອນມີນາແລະເກັບຜົນຜະລິດໃນເດືອນນີຖຸນາຫາເດືອນກໍລະກົດ.

ໝາກຂາມຫວານ.

 ມີພື້ນທີ່ປູກທັງໝົດ: 0,96 ເຮັກຕາ, ,(6ໄລ່)  ມີຈຳນວນ: 138 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກຂາມຫວານອອກດອກຕິດຜົນໃນຊ່ວງເດືອນມີຖຸນາຫາເດືອນກັນຍາ. ກຽມເກັບຜົນຜະລິດໃນຊ່ວງເດືອນຕຸລາຫາເດືອນພະຈິກ. ເກັບຜົນຜະລິດໄດ້ໃນເດືອນທັນວາຫາເດືອນກຸມພາ. 0,96 ເຮັກຕາ, ,(6ໄລ່)  ມີຈຳນວນ: 138 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກຂາມຫວານອອກດອກຕິດຜົນໃນຊ່ວງເດືອນມີຖຸນາຫາເດືອນກັນຍາ. ກຽມເກັບຜົນຜະລິດໃນຊ່ວງເດືອນຕຸລາຫາເດືອນພະຈິກ. ເກັບຜົນຜະລິດໄດ້ໃນເດືອນທັນວາຫາເດືອນກຸມພາ.

ໝາກແສ່ວ.

 ມີພື້ນທີ່ປູກທັງໝົດ: 1,73 ເຮັກຕາ, ,(10,8ໄລ່)  ມີຈຳນວນ: 308 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ. ໝາກແສ່ວອອກດອກຕິດຜົນໃນຊ່ວງເດືອນເມສາຫາເດືອນພືດສະພາ. ເກັບຜົນຜະລິດໄດ້ໃນເດືອນກັນຍາຫາເດືອນຕຸລາ.

ໝາກລຳໃຍ.

 ມີພື້ນທີ່ປູກທັງໝົດ: 0,79 ເຮັກຕາ, ,(5ໄລ່)  ມີຈຳນວນ: 110 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ.ໝາກລຳໄຍຈະອອກດອກຕິດຜົນໃນຊ່ວງເດືອນມີນາຫາເດືອນມີຖຸນາ. ເກັບຜົນຜະລິດໄດ້ຊ່ວງເດືອນກໍລະກົດຫາເດືອນສີງຫາ.

ໝາກມະຍົງຊິດ.

 ມີພື້ນທີ່ປູກທັງໝົດ: 0,19 ເຮັກຕາ, ,(1,2ໄລ່)  ມີຈຳນວນ: 153 ຕົ້ນ, ປູກເພື່ອຈຳໜ່າຍຜົນຜະລິດສູ່ຕະຫຼາດ, ໝາກຍົງຊິດຈະອອກດອກສອງຫາສາມລຸ້ນ, ລຸ້ນທຳອິດຈະອອກດອກເດືອນພະຈິກເກັບຜົນຜະລິດໄດ້ທ້າຍເດືອນມັງກອນ, ລຸ້ນທີ່ສອງອອກດອກເດືອນທັນວາເກັບຜົນຜະລິດໄດ້ທ້າຍເດືອນກຸມພາ.   ປີໄດອາກາດໝາວດົນໆ. ຈະອອກດອກລຸ້ນທີ່ສາມຕົ້ນເດືອນມັງກອນ. ເກັບຜົນຜະລິດໄດ້ເດືອນມີນາ.

ເປັນໄມ້ໃຫ້ໝາກທີ່ໃຫ້ຜົນຜະລິດເປັນຫຼັກ.ທາງບໍລິສັດຍັງມີໄມ້ໃຫ້ໝາກທີ່ໃຫ້ຜົນຜະລິດຮອງ ປູກໄວ້ເພື່ອເປັນຕົ້ນພັນ ແລະ ຂາຍຕາມລະດູການ. ຕາມຕະຫຼາດຕ້ອງການ ລວມເຖີ່ງໄມ້ຜົນພື້ນເມືອງທີ່ເກີດຂື້ນຕາມທຳມະຊາດມີດັ່ງນີ້:

  • ໝາກຂາມປ້ອມ, ໝາກຂາມເທບ,ໝາກມ່ອນໄຂ່, ໝາກສະດັນ, ໝາກຊົມພູ,ໝາກຂາມສົ້ມ,ໝາກນາວ, ໝາກສົ້ມມໍ, ໝາກເມົ້າ,ໝາກຫຼອດ,ໝາກຖົ່ວທຽນເທດ, ໝາກປີແປ, ໝາກເຊີລີ,ໝາກມັງຄຸດ, ໝາກມ່ວງຫິມະພານ,ໝາກມ່ວງປ່າ,ໝາກສະຕໍ,​ ໝາກລີ້ນໄມ້, ໝາກພ້າວ, ໝາກເງາະ,ໝາກລີ້ນຈີ່​, ໝາກນ້ຳນົມ, ໝາກກະທັນ​, ໝາກສີດາ​,ຕົ້ນກາເຟ ແລະ ອື່ນໆ.